ຫ້ອງການສຶກສາທິການ ແລະກິລາເມືອງອາດສະພັງທອງ

ເປີດຮັບສະໝັກທຶນການສຶກສາລະດັບປະລິນຍາຕີ ມູນນິທິເກຶ້ອຝັນເດັກ Lao PDR application for the 2025-2026 academic year is NOW OPEN!

 


ເປີດຮັບສະໝັກທຶນການສຶກສາລະດັບປະລິນຍາຕີ ມູນນິທິເກຶ້ອຝັນເດັກ
-------------------------------------------------------------
📌ດາວໂຫລດແບບຟອມສະໝັກຜ່ານລີ້ງ👇
https://surl.li/wfirok ຫຼື ສາມາດສອບຖາມ ຂໍ້ມູນເພີ່ມຕື່ມ ແລະ ສົ່ງແບບຟອມໄດ້ທີ່ເບີ 020 54 393 557
⏱ ປິດຮັບໃບສະໝັກວັນທີ່ 31/8/2025 ເວລາ 17:00
ຖ້າຫາກມີຫຍັງບໍ່ເຂົ້າໃຈ ສາມາດສອບຖາມໄດ້ຜ່ານເຟສບຸກເພຈ: Child's Dream Laos Network
The University Scholarship - Lao PDR application for the 2025-2026 academic year is NOW OPEN!
Please be sure to follow these simple instructions.
✔️Download and fill out online APPLICATION FORM➡️
✔️The APPLICATION DEADLINE is Sunday, 31 August 2025.
✔️For QUESTIONS, please message
Child's Dream Laos Network page
- WhatsApp: 020 54 393 557

ແຂວງສະຫວັນນະເຂດ ຫຼື ນະຄອນໄກສອນພົມວິຫານ (ປັດຈຸບັນ) (ຄຳເຄົ້າ: ແຂວງສວັຣຄ໌ນເຂຕ[1]) ເປັນແຂວງໜຶ່ງຂອງ ສ.ປ.ປ.ລາວ ຕັ້ງຢູ່ທາງພາກກາງ ທິດຕາເວັນອອກຕິດກັບປະເທດຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ທິດເໜືອຕິດກັບແຂວງຄຳມ່ວນ, ທິດໃຕ້ຕິດກັບແຂວງສາລະວັນ ເປັນແຂວງ ໃຫຍ່ອັນດັບໜຶ່ງຂອງ ສ.ປ.ປ.ລາວ.

ສະຫວັນນະເຂດ ມີປະຊາກອນອາໄສຫລາຍທີ່ສຸດປະມານ 15% ຂອງປະຊາກອນທົ່ວປະເທດສ່ວນໃຫຍ່ເປັນລາວລຸ່ມ, ໄທດຳ... ເປັນແຂວງທີ່ມີພື້ນທີ່ກວ້າງໃຫຍ່ເປັນອັນດັບໜຶ່ງ ຂອງລາວ ສະຫວັນນະເຂດຫ່າງຈາກແຂວງຄຳມ່ວນມາທາງທິດໃຕ້ປະມານ 80 ກິໂລແມັດ ຢູ່ທາງທິດເຫນືອຂອງແຂວງສາລະວັນ ມີແມ່ນ້ຳຂອງເປັນຊາຍແດນທຳມະຊາດ.

ເມື່ອວັນທີ 20 ທັນວາ ຄ.ສ 2006 ໄດ້ມີພິທີເປີດຂົວມິດຕະພາບລາວ-ໄທ ແຫ່ງທີ 2 ຢ່າງເປັນທາງການ ເຊິ່ງຂົວນີ້ເປັນຂົວເຊື່ອມແລວທາງເສດຖະກິດຕາເວັກຕົກ - ຕາ ເວັນອອກ ລະຫວ່າງ ຫວຽດນາມ-ລາວ-ໄທ-ພະມ້າ ເຮັດໃຫ້ແຂວງສະຫວັນນະເຂດເປັນເສັ້ນທາງການຄ້າທີ່ສຳຄັນຂອງລາວ ແລະ ລັດຖະບານລາວຍັງໄດ້ ປະກາດສ້າງຕັ້ງ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເພື່ອເປັນການສົ່ງເສີມ ແລະ ດຶງດູດການລົງທຶນ.

ປະຫວັດແຂວງສະຫວັນນະເຂດ

[ດັດແກ້]

ປະຫວັດສາດຂອງສະຫວັນນະເຂດເລີ່ມໃນສະໄຫມຂອມ ເຮືອງອຳນາດ ເມືອງນີ້ຊື່ວ່າເມືອງສຸວັນນະພູມປະເທດເປັນເມືອງ ທີ່ອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດໃນປີ ຄສ 1577 ທ້າວຫລວງ ແລະ ນາງສິມໄດ້ອົບພະຍົກຜູ້ຄົນຈາກພາກເຫນືອລົງມາຕັ້ງຫມູ່ບ້ານຊື່ວ່າ ຫລວງໂພນເມືອງສິມຫ່າງຈາກຕົວເມືອງ ປະຈຸບັນປະມານ 18 ກິໂລແມັດ ເສັ້ນທາງດຽວ ກັບໄປພະທາດອີງຮັງ ເມື່ອເຖິງປີ ຄສ 1642 ທ້າວ ສິມພະລີ (ລູກຊາຍ) ໄດ້ພາຊາວບ້ານຫລາຍສິບຄອບຄົວແຍກອອກໄປຕັ້ງເມືອງໃຫມ່ ໃນເຂດສະຫວັນນະເຂດເອີ້ນວ່າບ້ານທ່າແຮ່ ເພາະອຸດົມສົມບູນດ້ວຍແຮ່ທາດຕ່າງໆ ຈົນເຖິງປີ ຄສ 1919 ເມື່ອລາວຕົກເປັນອານານິຄົມຂອງຝຣັ່ງໄດ້ໄປຕັ້ງສຳນັກງານ ຜູ້ວ່າລາຊະການແຜ່ນດິນປະຈຳແຂວງຢູ່ ທ່າແຮ່ ແລະຕັ້ງຊື່ໃຫ້ໃຫມ່ເປັນ "ສະຫວັນນະເຂດ".

ທີ່ຕັ້ງ

[ດັດແກ້]

ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32′ 24″ ເໜືອ ແລະ ເສັ້ນແວງທີ 105° 46′ 48″ ຕາເວັນອອກ, ມີເນື້ອທີ່ 2,177,400 ເຮັກຕາ ແລະ ມີເຂດແດນຕິດຈອດກັບແຂວງ ແລະ ປະເທດໃກ້ຄຽງຄືດັ່ງນີ້ :

  • ທິດເໜືອຕິດກັບແຂວງຄຳມ່ວນ ຍາວເຖິງ 314 ກມ.
  • ທິດໃຕ້ຕິດກັບແຂວງສາລະວັນ ຍາວເຖິງ 259 ກມ.
  • ທິດຕາເວັນອອກຕິດກັບ ສ.ສ.ຫວຽດນາມ ຍາວ122 ກມ.
  • ທິດຕາເວັນຕົກຕິດກັບຣາຊະອານາຈັກໄທ ຍາວ 152 ກມ

ແຂວງສະຫວັນນະເຂດ ໄດ້ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 59% ແລະ ເຂດພູພຽງກວມ 41%(ແບ່ງຕາມລະດັບສູງຈາກນ້ຳທະເລ). ເຂດທົ່ງພຽງແບ່ງອອກເປັນອີກສອງເຂດຄື:

ເຂດທົ່ງພຽງສ່ວນທີ່ລຽບຕາມລຳແມ່ນໍ້າຂອງ ກວມເອົາ 04 ເມືອງຄື: ເມືອງໄຊບູລີ, ເມືອງໄກສອນ ພົມວິຫານ,ເມືອງໄຊພູທອງ ແລະ ສອງຄອນ, ເປັນເຂດທີ່ອຸດົມສົມບູນດ້ວຍເຂົ້າປາອາຫານເປັນແຫລ່ງການຜະລິດເຂົ້າ, ພືດຕະກູນ ຖົ່ວແລະລ້ຽງສັດ(ສັດປີກ,ສັດໃຫຍ່ ແລະ ປາ) ເຊີ່ງມີຄວາມ ສູງຈາກລະດັບນ້ຳທະເລແຕ່ 140 ຫາ 180 ແມັດ.

ສ່ວນເຂດທົ່ງພຽງທີ່ຕັ້ງຢູ່ໃຈກາງລະຫວ່າງເຂດພູພຽງ ກັບທົ່ງພຽງລຽບນ້ຳຂອງນັ້ນ ກວມເອົາ 06 ເມືອງຄື: ເມືອງອຸທຸມພອນ, ອາດສະພັງທອງ, ພະລານໄຊ, ເມືອງຈຳພອນ,ຊົນນະບູລີ ແລະ ອາດສະພອນ, ເຂດນີ້ເປັນເຂດທີ່ປູກເຂົ້າ, ປູກພືດອຸດສາຫະກຳ ແລະ ລ້ຽງສັດໃຫຍ່(ງົວຄວາຍ) ເຊີ່ງມີຄວາມສູງຈາກລະດັບນ້ຳທະເລແຕ່ 180 ຫາ 200 ແມັດ.

ສ່ວນວ່າເຂດພູພຽງກວມເອົາ 05 ເມືອງປະກອບມີ: ເມືອງນອງ,ເຊໂປນ,ວິລະບູລີ, ພີນ ແລະ ທ່າປາງທອງ ເປັນເຂດລໍ່ລ້ຽງໃຫ້ຄວາມຊຸ່ມຊື່ນໃຫ້ເຂດທົ່ງພຽງ, ເໝາະສົມໃນການປູກ ໄມ້ໃຫ້ໝາກ, ພຶດອຸດສາຫະກຳ ແລະ ລ້ຽງສັດ ໃຫຍ່ທຸກໆປະເພດ, ເຂດນີ້ມີຄວາມສູງຈາກລະດັບໜ້ານ້ຳທະເລແຕ່ 200 ຫາ 1.000 ແມັດ.

Post a Comment

Previous Post Next Post