ຫ້ອງການສຶກສາທິການ ແລະກິລາເມືອງອາດສະພັງທອງ

ພິທີເປີດບັ້ນສອບເສັງຈົບຊັ້ນປະຖົມ ປ5 ໃນທົ່ວເມືອງອາດສະພອນ ແຂວງສະຫວັນນະເຂດ ແມ່ນໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 26 ພຶດສະພາ 2025 ທີ່ຜ່ານມານີ້ ຢູ່ທີ່ສູນສອບເສັງ ໂຮງຮຽນປະຖົມສົມບູນ ນາກຸດຈານ 2

 


ພິທີເປີດບັ້ນສອບເສັງຈົບຊັ້ນປະຖົມ ປ5 ໃນທົ່ວເມືອງອາດສະພອນ ແຂວງສະຫວັນນະເຂດ ແມ່ນໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 26 ພຶດສະພາ 2025 ທີ່ຜ່ານມານີ້ ຢູ່ທີ່ສູນສອບເສັງ ໂຮງຮຽນປະຖົມສົມບູນ ນາກຸດຈານ 2 ໂດຍການເຂົ້າຮ່ວມເປັນປະທານ ແລະ ເປີດຫົວບົດສອບເສັງຂອງທ່ານ ຄອງມາ ເຮົ້າຄອງຄູນ ກຳມະການປະຈໍາພັກເມືອງ,​ ທ່ານ ຖາວອນ ໄຊຍະເຄື່ອງ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ, ​ມີເລຂາໜ່ວຍພັກ-ນາຍບ້ານໆ ທາດດອກແກ້ວ ພ້ອມດ້ວຍຄະນະກໍາມະການສອບເສັງ ຄູ-ອາຈານ ແລະນ້ອງນັກຮຽນໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ສໍາລັບການສອບເສັງຈົບຊັ້ນປະຖົມ ປ5 ທົ່ວເມືອງອາດສະພອນ ປີນີ້ ທາງຄະນະກໍາມະການສອບເສັງຂັ້ນເມືອງ ແມ່ນໄດ້ຈັດແບ່ງການສອບເສັງອອກເປັນ 9 ສູນສອບເສັງ ຄື : ສູນສອບເສັງປະຖົມນາກຸດຈານ 2, ສູນປະຖົມນາຮັງນ້ອຍ, ສູນປະຖົມສົ້ມໂຮງ, ສູນປະຖົມບ້ານບຶງ, ສູນປະຖົມນາແຄ, ສູນປະຖົມແກ້ງແມວ, ສູນປະຖົມຕົ້ນເຜິ້ງ, ສູນປະຖົມບ້ານວຽງ ແລະ ສູນປະຖົມນາທົ່ມ ທີ່ມີ 74 ໝວດໂຮງຮຽນປະຖົມສົມບູນ ໃນທົ່ວເມືອງເຂົ້າຮ່ວມ.​ ເຊິ່ງມີນ້ອງນັກຮຽນຊັ້ນປະຖົມ ປ5 ໃນທົ່ວເມືອງທັງໝົດ 1.​026 ຄົນ, ຍິງ 500 ຄົນ, ມີໜ້າສອບເສັງຕົວຈິງ 971 ຄົນ, ຍິງ 486 ຄົນ,​ ມີຫ້ອງສອບເສັງທັງໝົດ 45 ຫ້ອງ, ເຊິ່ງໄດ້ສອບເສັງ ໃນ 4 ວິຊາຫຼັກ ຄື : ວິຊາພາສາລາວ (ພາກຫັດແຕ່ງ), ວິຊາພາສາລາວ (ພາກຂຽນທວາຍ), ວິຊາ ຄະນິດສາດ ແລະ ວິຊາ ວິທະຍາສາດ ແລະສິ່ງແວດລ້ອມ. ການສອບເສັງໃນຄັ້ງນີ້ ແມ່ນໃຊ້ເວລາ 2 ວັນເຕັມ ຄື: ວັນທີ 26-27 ພຶດສະພາ 2025 ນີ້ ແມ່ນສໍາເລັດຕາມຄາດໝາຍ​ ແລະໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ທ່ານ ຄອງມາ ເຮົ້າຄອງຄູນ ກໍາມະການປະຈໍາພັກເມືອງ ພ້ອມດ້ວຍທ່ານ ຖາວອນ ໄຊຍະເຄື່ອງ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະກິລາເມືອງອາດສະພອນ ແລະ ຄະນະ ກໍ່ໄດ້ຮ່ວມກັນເປີດຫົວບົດການສອບເສັງ ຈົບຊັ້ນປະຖົມ ປ5 ປະຈໍາສົກຮຽນ 2024-2025 ໃນຄັ້ງນີ້ຢ່າງເປັນທາງການ.

Post a Comment

Previous Post Next Post