ຫ້ອງການສຶກສາທິການ ແລະກິລາເມືອງອາດສະພັງທອງ

ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຍ້ອງຍໍ, ກົມກອງ, ຂະແໜງ ແລະ ບຸກຄົນ ທີ່ໄດ້ສ້າງຜົນງານດີເດັ່ນ ໃນການຊຸກຍູ້ການສອບເສັງນັກຮຽນເກັ່ງລະດັບຊາດ ສົກຮຽນ 2024-2025.

 




ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສຶກສາ ເປັນກິດຈະກຳທີ່ສຳຄັນ ແລະ ເປັນບູລິມະສິດຂອງກະຊວງສຶກສາທິການ ແລະ ກິລາ. ກິດຈະກໍານີ້ມີຈຸດປະສົງເພື່ອວັດ ແລະ ປະເມີນຜົນສໍາເລັດດ້ານການສິດສອນຂອງຄູ ແລະ ການຮຽນຂອງນັກຮຽນ, ແລະເປັນການຊຸກຍູ້ຂະບວນການແຂ່ງຂັນທາງດ້ານການຮຽນ-ການສອນ. ໃນໂອກາດນີ້, ພວກເຮົາຂໍສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ ກົມກອງ, ຄູ-ອາຈານ ທີ່ໄດ້ຮັບການຍ້ອງຍໍ.
⏺ ກົມກອງ ແລະ ຂະແໜງ ທີ່ໄດ້ຮັບການຍ້ອງຍໍ:
1. ຂະແໜງສາມັນສຶກສາ, ພະແນກສຶກສາທິການ ແລະ ກິລາແຂວງ: ຈັດຕັ້ງການສອບເສັງ ແລະ ບຳລຸງສ້າງນັກຮຽນເກັ່ງ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
2. ໂຮງຮຽນ ມຕ ສີທອງ: ກໍ່ສ້າງນັກຮຽນເກັ່ງ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
3. ໂຮງຮຽນ ມສ ພູຄຳ: ກໍ່ສ້າງນັກຮຽນເກັ່ງ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
4. ໂຮງຮຽນ ມສ ຈູງເຈັກ: ກໍ່ສ້າງນັກຮຽນເກັ່ງ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
5. ໂຮງຮຽນ ມສ ສະຫວັນ: ກໍ່ສ້າງນັກຮຽນເກັ່ງ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
6. ໂຮງຮຽນ ມສ ໂພນສະຫວັນ: ກໍ່ສ້າງນັກຮຽນເກັ່ງ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
7. ໂຮງຮຽນສາມັນມິດຕະພາບ ລາວ-ຫວຽດ: ກໍ່ສ້າງນັກຮຽນເກັ່ງ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
8. ໂຮງຮຽນ ມສ ສາທິດ: ກໍ່ສ້າງນັກຮຽນເກັ່ງ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
9. ໂຮງຮຽນ ມຕ ສຸນັນທາ: ກໍ່ສ້າງນັກຮຽນເກັ່ງ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
10. ບໍລິສັດ ສະຫວັນວາລີການຄ້າ ຈຳກັດຜູ້ດຽວ: ສະໜັບສະໜູນງົບປະມານໃນການສອບເສັງນັກຮຽນເກັ່ງຂັ້ນແຂວງ ແລະ ລະດັບຊາດ ປະຈຳສົກຮຽນ 2024-2025 ເປັນຈຳນວນເງິນ 10.000.000 ກີບ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
11. ໂຮງງານປື້ມຂຽນເຈ້ຍຕັບຕອງ ຮຸ່ງຖ້າຍ ຫຼັກ 2: ສະໜັບສະໜູນງົບປະມານໃນການສອບເສັງນັກຮຽນເກັ່ງຂັ້ນແຂວງ ແລະ ລະດັບຊາດ ປະຈຳສົກຮຽນ 2024-2025 ເປັນຈຳນວນເງິນ 2.000.000 ກີບ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
⏺ ຄູບໍາລຸງທີ່ໄດ້ຮັບການຍ້ອງຍໍ:
1. ທ່ານ ນາງ ສຸວັນນາ ຄຳວິໄສ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.4 ວິຊາພາສາລາວ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
2. ທ່ານ ນາງ ວິໄລວອນ ປານວິໄລ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.4 ວິຊາຄະນິດສາດ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
3. ທ່ານ ຫັດຕະໄຊ ຊົມວິມານ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.4 ວິຊາຄະນິດສາດ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
4. ທ່ານ ນາງ ສຸກສະໄໝ ກິ່ນອົ້ມ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.4 ວິຊາພາສາລາວ-ວັນນະຄະດີ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
5. ທ່ານ ນາງ ພິດສະໄໝ ມະນີວົງ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.4 ວິຊາຟີຊິກສາດ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
6. ທ່ານ ສຸກສາຄອນ ໄຊຍະສອນ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.4 ວິຊາຟີຊິກສາດ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
7. ທ່ານ ນາງ ສຸພາພອນ ບຸນທິແສງ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.4 ວິຊາເຄມີສາດ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
8. ທ່ານ ນາງ ຫົງຄຳ ພະໄກສອນ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.4 ວິຊາເຄມີສາດ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
9. ທ່ານ ສັນຕິສຸກ ຂຸນເພຍ: ຕິດຕາມ ແລະ ສະໜອງເອກສານບຳລຸງນັກຮຽນເກັ່ງມັດທະຍົມຕອນຕົ້ນ-ປາຍ ວິຊາຄະນິດສາດ (ໃບຍ້ອງຍໍຂັ້ນ ພະແນກ ສກຂ ແລະ ເຈົ້າແຂວງ).
10. ທ່ານ ດາວຽງ ເພັງລາວັນ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.7 ວິຊາພາສາລາວ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
11. ທ່ານ ນາງ ຕຸກຕາ ລາຊະຈັກ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.7 ວິຊາພາສາລາວ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
12. ທ່ານ ດວງຕາວັນ ຈັນທະຄອນຄຳ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.7 ວິຊາຄະນິດສາດ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
13. ທ່ານ ພອນພະລົມ ໄຊຍະວົງສາ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.7 ວິຊາຄະນິດສາດ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
14. ທ່ານ ອ່ອນສິງ ເຮືອງອຸໄທ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.7 ວິຊາຟີຊິກສາດ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
15. ທ່ານ ລຳພອນ ພົນຊາວນາ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.7 ວິຊາຟີຊິກສາດ (ໃບຍ້ອງຍໍຂັ້ນ ພະແນກ ສກຂ).
16. ທ່ານ ນາງ ຄຳມີ ບຸນຍາວົງ: ຕິດຕາມ ແລະ ສະໜອງເອກສານບຳລຸງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4-ມ.7 ວິຊາພາສາລາວ-ວັນນະຄະດີ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
17. ທ່ານ ໄກສອນ ຮົ່ມໂພທິຈັກ: ຕິດຕາມ ແລະ ສະໜອງເອກສານບຳລຸງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4-ມ.7 ວິຊາຟີຊິກສາດ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
18. ທ່ານ ອະນຸລັກ ອິນທະສານ: ຕິດຕາມ ແລະ ສະໜອງເອກສານບຳລຸງນັກຮຽນເກັ່ງລະດັບຊາດ ຊັ້ນ ມ.4-ມ.7 ວິຊາເຄມີສາດ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).
19. ທ່ານ ອາສາ ແກ້ວອຳພອນ: ບຳລຸງນັກຮຽນເກັ່ງ ຊັ້ນ ມ.7 ວິຊາເຄມີສາດ (ໃບຍ້ອງຍໍຂັ້ນ ເຈົ້າແຂວງ).

Post a Comment

Previous Post Next Post